MrBeerAI
ໜ້າຫຼັກຮ້ານຄ້າບອທເທຣດບົດຄວາມ
ເຂົ້າສູ່ລະບົບສະໝັກຟຣີ
ໜ້າຫຼັກ/ເງື່ອນໄຂການໃຊ້ງານ
MrBeerAI

ເງື່ອນໄຂການໃຊ້ງານ

ເມື່ອທ່ານໃຊ້ mrbeerai.com ຫຼື ຊື້ສິນຄ້າຈາກ MrBeerAI ຖືວ່າທ່ານຍອມຮັບເງື່ອນໄຂເຫຼົ່ານີ້.

ອັບເດດລ່າສຸດ 13/11/2026
ສາລະບານ
  1. ບັນຊີ
  2. ສິນຄ້າດິຈິຕອນ ແລະ ສິດການໃຊ້
  3. ລາຄາ ແລະ ການຈ່າຍເງິນ
  4. ການຄືນເງິນ
  5. ຣີວິວ ແລະ ຄວາມຄິດເຫັນ
  6. ຂອບເຂດຄວາມຮັບຜິດຊອບ
  7. ການລະງັບບັນຊີ
  8. ກົດໝາຍທີ່ໃຊ້
  9. ການປ່ຽນແປງ ແລະ ຕິດຕໍ່
ນະໂຍບາຍຄວາມເປັນສ່ວນຕົວ →

01ບັນຊີ

ທ່ານຕ້ອງໃຫ້ອີເມວທີ່ຖືກຕ້ອງ ແລະ ຮັກສາລະຫັດຜ່ານໃຫ້ປອດໄພ. ທ່ານຮັບຜິດຊອບການໃຊ້ງານທັງໝົດໃນບັນຊີຂອງທ່ານ.

02ສິນຄ້າດິຈິຕອນ ແລະ ສິດການໃຊ້

ເມື່ອຈ່າຍເງິນສຳເລັດ ສິນຄ້າຈະຢູ່ໃນບັນຊີຂອງທ່ານ ແລະ ດາວໂຫຼດຊ້ຳໄດ້. ທ່ານໄດ້ຮັບສິດໃຊ້ສິນຄ້າສຳລັບຕົນເອງ ຫຼື ທຸລະກິດຂອງທ່ານ.

  • ຫ້າມຂາຍຕໍ່, ແຈກຢາຍ ຫຼື ອັບໂຫຼດໄຟລ໌ໃຫ້ຄົນອື່ນ ເວັ້ນແຕ່ໜ້າສິນຄ້າບອກໄວ້ວ່າເຮັດໄດ້.
  • ລິຂະສິດຂອງໄຟລ໌, ບົດຄວາມ ແລະ ເນື້ອຫາໃນເວັບໄຊເປັນຂອງ MrBeerAI ຫຼື ເຈົ້າຂອງເດີມ.

03ລາຄາ ແລະ ການຈ່າຍເງິນ

ລາຄາເປັນເງິນກີບ (LAK). ທ່ານໂອນເງິນຜ່ານ Lao QR ເຂົ້າບັນຊີ BCEL ຂອງເຮົາ ແລ້ວອັບໂຫຼດສະລິບ. ຄຳສັ່ງຊື້ສຳເລັດເມື່ອເຮົາກວດພົບເງິນເຂົ້າບັນຊີ ແລະ ອະນຸມັດສະລິບ.

04ການຄືນເງິນ

ສິນຄ້າດິຈິຕອນຄືນໄດ້ຍາກ ເພາະດາວໂຫຼດແລ້ວເກັບໄວ້ໄດ້. ເຮົາຄືນເງິນ ຫຼື ສົ່ງໄຟລ໌ໃໝ່ໃຫ້ ເມື່ອ:

  • ໄຟລ໌ເສຍ ຫຼື ໃຊ້ບໍ່ໄດ້ ແລະ ເຮົາແກ້ໄຂບໍ່ໄດ້.
  • ສິນຄ້າບໍ່ກົງກັບລາຍລະອຽດໃນໜ້າສິນຄ້າ.
  • ທ່ານຖືກຕັດເງິນຊ້ຳສຳລັບຄຳສັ່ງຊື້ດຽວກັນ.

ກະລຸນາແຈ້ງ [email protected] ພາຍໃນ 7 ວັນຫຼັງຊື້ ພ້ອມເລກຄຳສັ່ງຊື້.

05ຣີວິວ ແລະ ຄວາມຄິດເຫັນ

ຣີວິວຕ້ອງເປັນຄວາມຈິງ ແລະ ສຸພາບ. ເຮົາອາດເຊື່ອງຣີວິວທີ່ເປັນສະແປມ, ຫຍາບຄາຍ ຫຼື ລະເມີດຜູ້ອື່ນ.

06ຂອບເຂດຄວາມຮັບຜິດຊອບ

ເຮົາພະຍາຍາມໃຫ້ເນື້ອຫາຖືກຕ້ອງ ແຕ່ຜົນຈາກການໃຊ້ເຄື່ອງມື AI ຂຶ້ນກັບການໃຊ້ງານຂອງທ່ານ. ຄວາມຮັບຜິດຊອບຂອງເຮົາບໍ່ເກີນຈຳນວນເງິນທີ່ທ່ານຈ່າຍສຳລັບສິນຄ້ານັ້ນ.

07ການລະງັບບັນຊີ

ເຮົາອາດລະງັບບັນຊີທີ່ລະເມີດເງື່ອນໄຂນີ້ ເຊັ່ນ ແຈກຢາຍໄຟລ໌ ຫຼື ໂຈມຕີລະບົບ.

08ກົດໝາຍທີ່ໃຊ້

ເງື່ອນໄຂນີ້ໃຊ້ກົດໝາຍຂອງ ສປປ ລາວ.

09ການປ່ຽນແປງ ແລະ ຕິດຕໍ່

ເຮົາອາດປັບປຸງເງື່ອນໄຂນີ້ ແລະ ຈະອັບເດດວັນທີດ້ານເທິງ. ມີຄຳຖາມຕິດຕໍ່ [email protected].

ຮັບບົດຄວາມໃໝ່ ແລະ ສ່ວນຫຼຸດກ່ອນໃຜ

ສົ່ງເຂົ້າອີເມວ ຍົກເລີກໄດ້ທຸກເວລາ.

MrBeerAI

ຮ້ານສິນຄ້າດິຈິຕອນ ແລະ ບົດຄວາມ AI ເປັນພາສາລາວ, ໄທ ແລະ ອັງກິດ. ຊື້ແລ້ວດາວໂຫຼດໄດ້ທັນທີ ສິນຄ້າເກັບໄວ້ໃນບັນຊີຂອງທ່ານ.

ຕິດຕາມພວກເຮົາ
ຮ້ານຄ້າໂປຣແກຣມPromptຄອສຮຽນແມ່ແບບ
ຮຽນຮູ້ບົດຄວາມທັງໝົດບອທເທຣດ
ຊ່ວຍເຫຼືອນະໂຍບາຍການຄືນເງິນ
ຕິດຕໍ່[email protected]+856 20 5564 6367 · WhatsApp
© 2026 MrBeerAI · ສະຫງວນລິຂະສິດ
ນະໂຍບາຍຄວາມເປັນສ່ວນຕົວເງື່ອນໄຂການໃຊ້ງານກັບຂຶ້ນເທິງ